ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ຈັດ​ກອງ​ປະຊຸມ​ຄົບ​ຄະນະ ​ຄັ້ງ​ທີ 2 ຂອງ​ຄະນະ​ກຳມະການ
​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະໄໝ​ທີ 20


   ສຳນັກ​ຂ່າວ​ຊິນ​ຮວາ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 2 ຂອງ​ຄະນະ​ກຳມະການ​ສູນກາງ​ພັກ​ກອມ​ມູ​ນິດ​ຈີນ​ສະໄໝ​ທີ 20 ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ​ປັກ​ກິ່ງ ​ໃນ​ຕອນ​ບ່າຍ​ວັນ​ທີ 26 ກຸມພາ​ນີ້. ໃນ​ກອງ​ປະຊຸມ​ດັ່ງກ່າວ, ທ່ານ ​ສີ​ຈິ້ນ​ຜິງ ເລຂາທິການ​ໃຫຍ່​ ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໄດ້​ຕາງ ໜ້າ​ກົມ​ການເມືອງ​ສູນ​ກາງ​ພັກ​ຜ່ານ​ບົດ​ລາຍ​ງານ​ວຽກ​ງານ​ຕໍ່​ກອງ​ປະຊຸມ​ຄົບ​ຄະນະ.ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ຄົ້ນຄວ້າ​ພິຈາລະນາ​ແຜນການ​ປະຕິ​ຮູບ​ອົງການ​ພັກ​ແລະ ​ລັດ (ສະບັບ​ຮ່າງ), ກົມ​ການເມືອງ​ກຽມ​ຈະ​ສະເໜີ​ບັນຊີ​ລາຍ​ຊື່​ຜູ້ນຳ​ອົງການ​ລັດ ຕໍ່ກອງ​ປະຊຸມ​ຄັ້ງ​ປະຖົມ​ມະ​ລືກ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະໄໝ​ທີ 14 ແລະ ສະເໜີ​ບັນຊີ​ລາຍ​ຊື່​ຜູ້ນຳ​ສະພາ​ປຶກສາ​ການເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຕໍ່​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະ​ລືກ​ຂອງ​ສະພາ​ປຶກ​ສາ​ການເມືອງ​ປະຊາຊົນ​ແຫ່ງ ​ ຊາດ​ຈີນ​ສະໄໝ​ທີ 14.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 03/03/2023